ບົດຂຽນ ສີນລະປະ ວັນນະຄະດີ

ເຂົ້າມາອ່ານ: 1090 ຄວາມເຫັນ: 3 Printພີມ
Email to friend ອີ່ເມວລ໌ໄປໃຫ້ຫມູ່
ຄວາມເປັນມາຂອງຂັບລໍາ-ເພງລາວ
4 ຄົນໃຫ້ຄະແນນ: 5 
    ໃຫ້ຄະແນນ
ຄວາມເປັນ­ມາ­ຂອງ ຂັບ­ລໍາ ຫຼື ເພງ­ລາວ

ຂັບ ຫຼື ລໍາ ຫຼື ເພງເກີດ­ມີໃນ­ສັງ­ຄົມ­ລາວເຮົາມາແຕ່­ບູຮານະ­ການ ມັນ­ມີບົດ­ບາດ­ອິດ­ທິພົນ­ສູງ ຕໍ່­ຊີວິດ­ຈິດໃຈ ຂອງ­ບຸກ­ຄົນ ແລະ­ ສັງ­ຄົມ­ຈົນ­ບໍ່­ສາມາດ­ຂາດໄດ້ ເພງ­ມີຫຼາຍປະ­ເພດ ແຕ່ລະ­ປະ­ເພດ ກໍມີຮູບແບບ ແລະ­ໄດ້­ຮັບ­ຄວາມ­ນິຍົມ ແຕກຕ່າງ­ກັນໄປ ໂລກ­ນີ້ ຄຶກ­ຄື້ນ­ກໍດ້ວຍ­ສຽງ­ລໍາ ສຽງເພງ ຫາກແມ່ນ­ຂາດ ເສຍແລ້ວຄົງ ຈະ­ງຽບເຫງົາເສົ້າ­ພິລຶກ.

ໃນ­ການຮ້ອງ­ລໍາ­ທໍາເພງ ແຕ່ເດີມ­ລາວເຮົາ ຄົງຈະ­ໃຊ້ແຕ່­ຄໍາວ່າ “ຂັບ” ຫຼື “ຮ້ອງ” ຫຼື “ຂັບຮ້ອງ” ແລະ­ຄໍາວ່າ”ຟ້ອນ” ຕໍ່­ມາ­ຈຶ່ງ­ປາກົດ­ມີການໃຊ້­ຄໍາວ່າ “ລໍາ” ແລະ­ “ເພງ” ໃນ­ພາຍ­ຫຼັງ

ການໃຊ້­ຄໍາວ່າ “ລໍາ” ທີ່ເປັັນ­ຮູບ­ຂຽນ ລ. ລີງ­ຄືຊູ່­ມື້­ນີ້ ພາໃຫ້ເຂົ້າໃຈໄດ້ສອງ­ທາງ­ຄື:
1. ລໍາ ມາ­ຈາກ­ພາ­ສາ­ຂະ­ແມ ທີ່­ມີຮູບ­ຂຽນ “ຣໍາ” ແປວ່າ ຟ້ອນ ການມ່ວນ­ຊື່ນ (ມາ­ຈາ­ພາ­ສາ­ປາ­ລີອີກ­ຕໍ່­ໜຶ່ງ ໃນ­ຄໍາວ່າ “ຣັມ­ນີຍະ­” ອ່ານວ່າ ຣໍາມະ­ນີຍະ­ ແປວ່າ­ສິ່ງ­ທີ່ໜ້າ­ສະ­ອອນ ພາໃຫ້ມວ່ນ­ຊື່ນ) ເຊັ່ນ: ຄໍາວ່າ “ຣໍາວົງ” ກໍແມ່ນ­ການຟ້ອນເປັນ­ວົງ­ນັ້ນເອງ. ເຕັ້ນ­ລໍາ (ເຕັ້ນ­ຣໍາ) ກໍຄືການໄປຟ້ອນ ດ້ວຍ­ລີລາ­ທ່າ­ທາງ­ຕາມ­ບົດເພງ ແຕ່­ລີ້ນ­ຄົນ­ລາວບໍ່­ມັກໂຕ ຣ. ຫັນ­ລີ້ນ ກໍເລີຍເວົ້າອອກ­ສຽງເປັນໂຕ ລ. ລີງວ່າ “ລໍາ” ແທນ.

2. ລໍາ ໃນ­ພາ­ສາ­ລາວ ໝາຍເຖິງ­ສິ່ງ­ທີ່­ມີລວງ­ຍາວເຊັ່ນ: ລໍານໍ້າ ລໍາໄມ້ ລໍາອ້ອຍ ລໍາ­ຄີງ ລໍາແຄ່ງ ລໍາ­ຂາ ຫຼື ໝາຍເຖິງ­ສິ່ງ ທີ່­ສາມາດ­ບັນ­ຈຸ ແລະ­ເດີນ­ທາງໄກໄດເຊັ່ນ: ້ ລໍາ­ລົດ ລໍາເຮືອ ລໍາກ­ວຽນ ເປັນ­ຕົ້ນ
ກາບ­ກອນ­ທີ່ແຕ່ງເປັນ­ພື້ນເປັນ­ນິທານຕ່າງໆ­ ແລະ­ໃຊ້ເປັນ­ກອນ­ລໍານັ້ນ­ກໍ(ມີລວງ)ຍາວ ແລະ­ ບັນ­ຈຸເນື້ອ ຫາ­ສາ­ລະ­ມາກ­ມາຍ ເມື່ອແຕ່ແລ້ວກໍມັກ­ບັນ­ຈຸໄວ້ ເປັນ­ມັດ ເປັນ­ຜູກ ເປັນ­ພວງ ເປັນກ້ອນ ຫຼື ເອົາໄວ້ໃນ­ບັ້ງໄມ້ໄຜ່ ດັ່ງ­ນັ້ນ­ຈຶ່ງເອີ້ນວ່າ ”ລໍາ” ເຊັ່ນ: ລໍາ ພື້ນພະ­ເຫວດ ລໍາ­ພື້ນ­ກາ­ລະ­ເກດ ລໍາ­ພື້ນ­ສິນໄຊ ແລະ­ໃນເມື່ອນໍາກາບ­ກອນ­ອອກ­ມາ­ສະ­ແດງດ້ວຍ­ການ­ຂັບ­ຂານ­ຈຶ່ງ ເອີ້ນ­ຊື່ວ່າ “ລໍາ”

ແຕ່­ກໍມີຂໍ້­ທີ່ໜ້າ­ສັງເກດຢ່າງ­ໜຶ່ງ ຄື ຄົນ­ລາວເຮົາ­ທາງ­ພາກເໜືອລົງ­ມາເຖິງລ່ອງ­ນໍ້າງື່ມ ຍັງ­ຄົງເອີ້ນ­ຊື່­ການສະ­ແດງຢ່າງ­ໜຶ່ງ ທີ່­ມີມາ ແຕ່­ບູຮານ­ຕາມ­ຄໍາເວົ້າດັ້ງເດີມ­ນັ້ນວ່າ ”ຂັບ” ສ່ວນ­ຄົນ­ທາງໃຕ້­ນັບແຕ່ແຂວງ­ຄໍາມ່ວນ­ລົງໄປຊໍ້າ­ພັດປ່ຽນໄປໃຊ້­ຄໍາວ່າ ”ລໍາ” ເອີ້ນ ຊື່­ການສະ­ແດງແບບ­ດຽວກັນ­ນັ້ນ. ໃນ­ການ­ຂັບ­ນັ້ນ­ກໍມີການຟ້ອນ­ນໍາ ອາດເປັນໄປໄດ້ວ່າ­ຄົນ­ທາງໃຕ້­ກໍເລີຍໃຊ້­ຄໍາວ່າ “ຟ້ອນ­ຣໍາ” ຫຼື “ຣໍາ­ຟ້ອນ” ແທນ­ທີ່ຈະ­ໃຊ້­ຄໍາວ່າ “ຂັບຟ້ອນ” ສຸດທ້າຍແລ້ວ “ຣໍາ” (ລໍາ) ກໍເລີຍ­ກາຍ­ຊື່­ຮຽກ­ການເອີ່ຍ­ສຽງ­ຂັບ ຂະ­ນະ­ທີ່ຟ້ອນ­ຍັງ­ຄົງ ເປັນ­ລີລາ­ທ່າ­ທາງປະ­ກອບ­ການ­ລໍາ (ຂັບ)ຢູ່­ຕາມເດີມ.

ການປ່ຽນ­ຄໍາ ແບບ­ນີ້ ຄືກັນ­ກັບ­ການເອີ້ນ­ຊື່­ສາຍແມ່­ນໍ້າ ທີ່­ຄົນ­ພາກເໜືອເອີ້ນວ່າ “ນໍ້າ” ເຊັ່ນ: ນໍ້າກະ­ດິງ ນໍ້າງື່ມ ນໍ້າ­ທາ ນໍ້າອູ ສ່ວນ­ຄົນ­ພາກໃຕ້­ນັບແຕ່­ນໍ້າແຂວງ­ຄໍາມ່ວນ­ລົງໄປຊໍ້າ­ພັດເອີ້ນ­ສາຍແມ່­ນໍ້າວ່າ “ເຊ” ເຊັ່ນ: ເຊບັງໄຟ ເຊບັງ­ຫຽງ ເຊບັງ­ນວນ ກໍລະ­ນີນີ້ ຍ້ອນວ່າ­ຄົນ­ທາງໃຕ້ໄດ້­ຮັບ­ອິດ­ທິພົນ­ຈາກ­ພາ­ສາ­ຂະ­ແມ ແລະ­ພາ­ສາ­ຈາມ. ຄໍາວ່າ”ເຊ” ແມ່ນ­ພາ­ສາ­ຈາມ “ບັງ” ແມ່ນ­ພາ­ສາ­ຂະ­ແມ

ຄໍາວ່າ “ເພງ” ຍັງ­ບໍ່­ຮູ້ແນ່­ຊັດວ່າມາ­ຈາກ­ພາ­ສາໃດ ສົງໄສວ່າມາ­ຈາກ­ພາ­ສາ­ຂະ­ແມ ເພາະ­ຮູບ­ຄໍາເດີມ­ຂຽນເປັນ “ເພລງ” ຄືກັບໃນ ພາ­ສາໄທ ແລ້ວອ່ານ­ອອກ­ສຽງ­ຄວບ ແຕ່­ລີ້ນ­ລາວບໍ່­ມັກ­ສຽງ­ຄວບ ອີກ­ນັ້ນແຫຼະ­ ຈຶ່ງເຫຼືອພຽງແຕ່ ”ເພງ”. ມີຄໍາໃນ­ກຸ່ມ­ດຽວກັນ­ນີ້­ຄືຄໍາວ່າ “ເພີດເພີນ” ທີ່­ມີຄວາມ­ໝາຍວ່າມ່ວນ­ຊື່ນ ກໍມີຮູບ­ຂຽນ “ເພລີດເພລີນ” ຄວບ ພລ. ຄືກັນ. ຄໍາ­ທີ່­ມີສຽງ­ຄວບແບບ­ນີ້ໃນ­ພາ­ສາ­ລາວ ສ່ວນ­ມາກແມ່ນ­ມາ­ຈາກ­ພາ­ສາອື່ນ ໂດຍສະ­ເພາະ­ແມ່ນ­ພາ­ສາມອນ ພາ­ສາ­ຂະ­ແມ ແລະ­ສັນສະ­ກ­ຣິດ. ອັນ­ໜຶ່ງ­ຄໍາວ່າ ເພງ ເພີດເພີນ ນີ້­ກໍມາ­ພ້ອມ ກັບ­ຈໍາ­ພວກ­ຄໍາວ່າ ມະ­ໂຫລີ ບັນເລງ ບັນເທີງ ລື່ນເລີງ (ຣື່ນເຣີງ)ຊຶ່ງ­ຄໍາເຫຼົ່ານີ້ ລ້ວນແຕ່ເປັນ­ຄໍາມາ­ຈາກ­ພາ­ສາ­ຂະ­ແມ

ເພງແມ່ນ ວາດ ຫຼື ຈັງ­ຫວະ­ ທໍານອງ ສຽງ­ຂັບ­ລໍາ­ຂອງ­ຄົນ ຫຼືສຽງ­ດົນ­ຕີ ຫຼືທັງ­ສຽງ­ຄົນແລະ­ສຽງ­ດົນ­ຕີປະ­ກອບ­ກັນເຂົ້າ ພາໃຫ້ເກີດ­ຄວາມ­ຮູ້­ສຶກ ແລະ­ອາ­ລົມສະ­

ເພງ­ຍັງ­ໝາຍເຖິງ­ລາຍຟ້ອນ (ລີລາ­ທ່າ­ທາງ ກະ­ບວນທ່າໃນ­ການຟ້ອນ-ຟ້ອນງ້າວ ຟ້ອນ­ທວນ ຫຼືຄວງ­ອາວຸດ­ຕໍ່­ສູ້) ລາຍແຄນ (ຈັງ­ຫວະ­ນໍ້າ­ສຽງ ຂອງແຄນ) ຫຼື ໝາຍເຖິງ­ຮູບແບບຂະ­ບວນ­ການ­ທີ່­ປາກົດ­ອອກໃນ­ດໍາ­ລົງ­ຊີວິດ­ຂອງ­ຄົນເຮົາ. ພວກເຮົາເຄີຍໄດ້­ຍິນ­ຢູ່ເລື້ອຍໆ­ຄໍາວ່າ ເຮັດ­ຕາມ­ວາດ ຫຼື ເຮັດ­ຕາມເພງ ຫຼືວ່າ­ປ່ອຍໃຫ້­ມັນ ເປັັນໄປຕາມເພງ ເມື່ອມີຜູ້ໃດ­ຜູ້­ໜຶ່ງເຮັດ­ອັນໃດ­ອັນ­ໜຶ່ງ­ທີ່­ບໍ່ເຂົ້າ ທ່າເຂົ້າ­ທາງເຮົາມັກເວົ້າໃຫ້­ການກະ­ທໍາແບບ­ນັ້ນວ່າ “ເຮັດ­ຕາມເພງບ້າ”

ຄົນເຮົາໄດ້­ຟັງ ຫຼື ໄດ້­ນໍາໃຊ້­ບົດເພງ ໃນ­ທຸກໄລຍະ­ຂອງ­ຊີວິດ. ບົດເພງ­ທໍາອິດ­ທີ່­ຄົນເຮົາໄດ້­ຍິນ­ກໍຄື “ເພງກ່ອມ­ລູກ” ພໍ່ແມ່ ຈະ­ຮ້ອງເພງ ຄໍາ­ຄວນ ສູ່­ລູກນ້ອຍ­ຟັງ ໃນເວລາໄກ­ວອູ່­ລູກ ເຊັ່ນວ່າ: ນອນ­ສາ­ຫຼ້າ ຫຼັບ­ຕາແມ່­ຊິກ່ອມ ເຈົ້າບໍ່ນອນແມວໂພງເຈາະ­ຕາ ເຈົ້າບໍ່ນອນ ແມວໂພງເຈາະ­ກົ້ນ ນອນ­ຕື່ນແລ້ວກິນ­ຈູ້­ກິນ­ນົມ. ໄລຍະ­ຫຼັງ­ມານີ້ ມີການ­ວິໄຈທາງ ວິທະ­ຍາອ້າງວ່າ ເດັກນ້ອຍ­ສາມາດ­ຟັງ ເພງ­ຕັ້ງ ແຕ່­ຢູ່ໃນທ້ອງແມ່ ແລະ­ເມື່ອເກີດ­ມາແລ້ວກໍເປັນ­ຄົນສະ­ຫຼາດ.


ໃນເວລາເດັກນ້ອຍໄວພວມ­ດື້ ໄຫ້ແອ່ວບໍ່ເຊົາ ພໍ່ແມ່­ກໍຈະ­ມີຄໍາເວົ້າ­ຂູ່ ແຕ່­ຄໍາ­ຂູ່­ກັບເປັນ­ບົດເພງ ເຊັ່ນວ່າ: ຜີເອີຍ ຜີໂພງ ຢູ່­ດົງ­ຢູ່ປ່າ ຢູນອກ­ຢູ່­ນາ ຮີບ­ມາໄວໆ­ ມາເອົາເດັກນ້ອຍ­ຂີດື້ໄປ ມັນໄຫ້­ບໍ່ເຊົາ ຫຼື ແມວເອີຍແມວມ່າວ ບໍ່ຕ້ອງ­ກິນເຂົ້າບໍ່ຕ້ອງ­ກິນ­ປາ ມາກິນ­ຕັບ­ກິນໃຕ ກິນໄສ້­ກິນ­ພຸງ ເດັກນ້ອຍ­ຂີ້­ດື້­ນີນາ... ຫຼືວ່າ ຈໍາເອີຍ­ຈໍາ­ໜວດ ພວກ­ກ­ວາດ­ຂີ້­ໝາ ມາເອົາເດັກນ້ອຍ­ຂີ້­ດື້­ນີ້­ນາ ເອົາໄປຂັງໄວ່ໃສ່­ຄຸກ­ຂີ້ໄກ່
ເມື່ອໃຫຍ ່­ພໍແລ່ນ­ຫຼິ້ນ­ກາງບ້ານໄດ້ ຈະ­ຮຽນຮ້ອງເພງດ້ວຍ­ການເວົ້າ ຄໍາໂອ່ນ­ຊາເຊັ່ນ: ໂອ້ນໂລນຊ່າ ອີຕາ ຕົກ ຕຸ່ມ ໄທເມືອງ­ລຸ່ມ ເຂົາໄດ້­ກິນແຕງ ໄທເມືອງແຖງ ເຂົາໄດ້ຄ້ຽວໝາກ ຄ້ຽວໝາກແລ້ວ ລ້ຽງ­ງົວລ້ຽງ­ຄວາຍ ຄວາຍເຂົາເສຍ ອີ່ແມ່ເຂົາດ່າ ປົບເຂົ້າ­ປ່າ ເຫັນ­ນົກແຈນແວນ ແຈນແວນເອີຍເຫັັນ­ຄວາຍຂ້ອຍ­ບໍ່.....

ເມື່ອໃຫຍ່­ຂຶ້ນ­ມາ ກໍຈະ­ມີບົດເພງ ໃນ­ທຸກໆ­ຕອນ­ຂອງ­ຊີວິດເຊັ່ນ: ສູ່ຂວັນແຕ່ງ­ງານ ກໍມີໝໍພອນກ່າວຄໍາ­ສູດ­ຂວັນ ເມື່ອຕາຍ ໄປແລ້ວ ກໍຍັງ­ມີບົດເພງ ສົ່ງ­ວິນ­ຍານ ຜູ້­ທີ່ເປປັນ­ຊາວພຸດ ກໍໃຫ້­ຄູບາ­ສູດ ເປັນ­ພາ­ສາ­ທໍາມະ­ ສ່ວນເຜົ່າ­ລື້ ຫຼືເຜົ່າອື່ນໆ­ກໍມີຄໍາ­ສູດ ສະ­ເພາະ­ຂອງ ເຂົາເຈົ້າ ຄໍາ­ສູດ­ຂວັນ­ກໍດິີ ຄໍາ­ສູດ­ສົ່ງ­ວິນ­ຍານ­ກໍດີ ລ້ວນແຕ່ແມ່ນ­ຮູບ­ໜຶ່ງ­ຂອງ­ບົດເພງ­ນັ້ນເອງ ເພາະ­ມັນ­ຂັບກ່ອມ­ອາ­ລົມ ແລະ­ໃຫ້ຄວາມ­ຮູ້­ສຶກ ເຊັ່ນ­ດຽວກັນ.
ສົ່ງຂໍ້ຄວາມ
ຜູ່ຂຽນ: ໄມ້້້ຈັນ
ຄະຕິ-ຄໍາຄົມ: ຮຽນໜັງສືຊັ້ນປະຖົມຢູ່ບ້ານເກີດ, ບວດເປັນຈົວຮຽນປະຣິຍັດຕິທໍາ ແລະ ພາສາປາລີ ສິກຈາກວັດ ເປັນທະຫານປົດປ່ອຍ ຮຽນໜັງສືຈົບອຸດົມ ຮຽນວິຊານັກຂ່າວ ນັກຂຽນ ແລະຈະເປັນຕໍ່ໆໄປ
ອາຊີບ: ນັກຂ່າວ ນັກປະພັນ
ງານອະດີເລກ: ອ່ານໜັງສື ຄິດຄົ້ນຄວ້າ ແລະ ສ້າງຝັນໃຫ້ເປັນຈິງ
ຈາກ: ນະຄອນຫຼວງວຽງຈັນ
ເມື່ອວັນທີ່: 04/02/11 12:43 PM
ມີທັງໝົດ: 1 ເລື່ອງ ເບິ່ງບົດຂຽນທັງໝົດຂອງ ໄມ້້້ຈັນ
ເບີ່ງຄວາມເຫັນແບບ:    ຕາມລໍາດັບ | ຫລ້າສຸດ | ເຫັນດ້ວຍ | ບໍ່ເຫັນດ້ວຍ
# 1 ວິທະຍາ 04/02/11 03:20 AM (3 ປີ) ຈາກ: Vientiane
­ເຖີງ: ໄມ້­ຈັນ

ເປັນ­ບົດ­ຄວາມ­ທີ່ຫນ້າ­ສົນໃຈ. ຂອບໃຈຫລາຍໆ­ທີ່ເອົາມາເຜີຍແຜ່ໃຫ້­ຮູ້­ນໍາ ສົມເປັນ­ນັກຂ່າວນັກ­ຂຽນແທ້ໆ­.

ນັບ­ຖື

ວທຍ
# 2 ປາກຊັນສອງສີ 04/02/11 09:38 AM (3 ປີ) ຈາກ: ປາກນໍ້າຊັນ
­ເຖີງ: ໄມ້້­ຈັນ
ຜູ້ຂ້າເຂົ້າໃຈຢູ່­ພາ­ສາເວົ້າ ແຕ່ຈະ­ໃຫ້ໄຈ້ແຍ­ກ­ອອກ­ຈັງ­ຊີ້­ນີ້ບອກວ່າບໍ່­ຮູ້ ຮ່າໆ­ໆ­ ຂອບໃຈທ່ານ­ທີ່ເອົາມາເຜີຍແຜ່
ໄຈ້ແຍກ­ຄໍາ­ທີ່­ມາ­ທີ່ໄປໃຫ້­ຮູ້­ນໍາ
# 3 bukkhouay 04/02/11 01:15 PM (3 ປີ) ຈາກ: not
­ເຖີງ: ໄມ້້­ຈັນ
ສບດ ແມ່ນແລ້ວ ຂັບແມ່ນ­ພາ­ສາໄຕ໋ກະ­ດາຍ ຫລືຕະ­ກູນໄຕ໋ ບໍ່ວ່າໄຕ໋ໃຫຍ່ ລື້ ໄຕ໋­ດໍາ ແດງ ຂາວ ໄຕ໋ພວນ ເມື້ຍ ແມນ
ໄຕ໋ແຖງ ຊໍາເຫນືອ ມາ­ຮອດ­ລອ່ງ­ງື່ມ ຈະ­ໃຊ້­ຄໍາວ່າ ຂັບ ຮັກແພງ ບຄ
ໜ້າ 1 ທັງໝົດ 1 1
ປະເພດບົດຂຽນ:
ເລື່ອງ   ຜູ່ຂຽນ ເຂົ້າມາອ່ານ ຫລ້າສຸດ  
   
ເລື່ອງ   ເຂົ້າມາອ່ານ ຄວາມເຫັນ ຫລ້າສຸດ