ກົດລະບຽບ ແລະເງື່ອນໄຂ ຂອງການເປັນສະມາຊິກ
- ການເປັນສະມາຊິກ ເພື່ອໃຫ້ທ່ານ ສາມາດເຂົ້າໄປໂພສ ບົດຂຽນ ກະທູ້ ຮ່ວມທັງການອອກຄວາມເຫັນຕ່າງໆ ໃນເວບໄຊຕ໌ນີ້ໄດ້ ນອກນັ້ນທ່ານຍັງສາມາດ ສ້າງບລັອກສ່ວນໂຕຂອງທ່ານໄດ້.
- ເຖີງແມ່ນວ່າ ທາງພວກເຮົາບໍ່ມີເຈດຕະນາ ແລະບໍ່ເຄີຍເອົາຂໍ້ມູນຂອງທ່ານໄປໃຊ້ ໃນທາງທີ່ບໍ່ຄວນ ແຕ່ເພື່ອເປັນການປ້ອງກັນ ຄວາມເສັຽຫາຍທີ່ອາດເກີດຂື້ນ ທາງພວກເຮົາຂໍເຕື່ອນໃຫ້ທ່ານ ຈົ່ງລະມັດລະວັງ ແລະພິຈາຣະນາໃຫ້ຖີ່ຖ້ວນ ກ່ອນທີ່ຈະໂພສ ຂໍ້ມູນໃດໆທັງນັ້ນອອກສູ່ສື່ສາທາລະນະ ເຊັ່ນຂໍ້ມູນສ່ວນໂຕ ຊື່ ທີ່ຢູ່ ເບີໂທຣະສັບ ເປັນຕົ້ນ.
- ເວບໄຊຕ໌ໃບລານ ເປັນພຽງສະຖານທີ່ ໃຫ້ບໍລິການຟີຣ ທາງດ້ານໜັາເວບ ທີ່ເປັນພາສາລາວເທົ່ານັ້ນ ທາງພວກເຮົາບໍ່ມີສ່ວນຈັດຫາ ຫຼືປຸງແຕ່ງເນື້ອຫາສາລະຕ່າງໆ ທີ່ຢູ່ນອກເໜືອ ເປົ້າໝາຍຂອງເວບໄຊຕ໌ນີ້ ແລະທາງພວກເຮົາບໍ່ຮັບຜິດຊອບຕໍ່ ບົດຂຽນບົດຄວາມ ຫຼືສີ່ງທີ່ໂພສລົງໃດໆທັງນັ້ນ.
- ທາງພວກເຮົາມີສິດ ທີ່ຈະລຶບ ຫລືຫ້າມບຸກຄົນໃດ ທີ່ເຫັນວ່າສ້າງຄວາມເສັຽຫາຍ ໃຫ້ແກ່ເວບໄຊຕ໌ນີ້ ຮ່ວມທັງການສ້າງ ຄວາມເສັຽຫາຍ ແຕກແຍກໃຫ້ແກ່ສັງຄົມ.