|
ເຂົ້າມາອ່ານ: 1050
|
ຄວາມເຫັນ: 25
|
ພີມ
|

ອີ່ເມວລ໌ໄປໃຫ້ຫມູ່
|
ອີ່ເມວລ໌ໄປໃຫ້ຫມູ່
|
 |
|
|
ເລົ່າເຣື່ອງການຖືກເຈັບໃຫ້ພີ່ນ້ອງຟັງ
|
|
|
|
ຂໍຂອບໃຈ............ສາຍນໍ້າເຫືອງ.........ເຕື້ອງບອກຂ່າວ ຕາມເຣື້ອງຣາວ.....ການຖືກເຈັບ............ເພິ່ນເກັບກໍາ ຄືພາດພັ້ງ...........ລ້າງເຮືອນຣົດ..........ຫມື່ນຖລໍາ ຈົນຟົກຊໍ້າ...........ທັງຫົວແຕກ............ແປກພິກົລ ເຣື້ອງເກີດຂຶ້ນ...........ຄືນອັງຄານ............ວິກາລແລ້ວ ເມືອງLowell............ຄົນແຖວຄຸ້ມ............ພວມເຂົ້ານອນ ຂ້ອຍກໍຍັງ................ຂົນຖັງເຫຍື້ອ..........ອອກໄວ້ກ່ອນ ລາງສັງຫອນ............ໃນເຮືອນຣົດ............ໂພດວ່າເຫມັນ ແກ່ຂີ້ເຫຍື່ອ..............ໄວ້ແຄມທາງ...............ຕ້ອງລ້າງກ່ອນ ຈຶ່ງເຂົ້ານອນ..............ລ້າງກິ່ນນັ້ນ................ມັນຈໍາເປັນ ແຕ່ຄວາມຈິງ..............ສິ່ງໃດຫນໍ.................ພາໃຫ້ເຫມັນ ຄືປະເດັນ.................ໃຫ້ພະວົງ...................ງົງຄືກັນ ເປີດທໍ່ນໍ້າ....................ຖືໂຕໂຢ..................ຕີນຖູລ້າງ ແຕ່ຣະຫວ່າງ................ເກືອບຈະແລ້ວ.........ມີແນວພະລັນ ຕີນຫວິດດິນ.................ຫົວນ໊ອກພື້ນ............ມຶນງົງງັນ ຄືນອນຝັນ...................ຕາຍໄປ.................ບໍ່ໄດ້ຄວາມ ມິດມ້ອຍໄປ.................ເທົ່າໃດນໍ...............ບໍ່ອາດຮູ້ ນອນຕາຍຢູ່................ຄົນດຽວ.................ເຈັບປວດຊໍ້າ ໂຊກຍັງດີ..................ທີ່ຕອນລົ້ມ...............ຍັງເປີດນໍ້າ ເປັນບຸນກັມ...............ທໍ່ນໍ້າສາດ.................ຟາດຫນ້າເຮົາ ບຸນຍັງມີ.....................ທີ່ທໍ່ນໍ້າ....................ປິ່ນມາສີດ ຈຶ່ງສະກິດ..................ໄດ້ສະຕິ.................ໃນຊົ່ວຄາວ ແຕ່ຕີນມື...................ຕີງບໍ່ໄດ້...................ຈົນໃຈເຮົາ ຫຼືເຖິງຄາວ................ຕ້ອງນອນຕາຍ............ໃຜບໍ່ເຫັນ ຊົ່ວບຶດດຽວ...............ຫຼຽວພຸ້ນພີ້..................ມືຕີງໄດ້ ງົມມືໃສ່....................ບ່ອນເຈັບຫົວ.............ຄວາມາເຫັນ ມີແຕ່ເລືອດ..............ໄຫຼແດງພື້ນ................ຕື່ນຈົນເຊັນ ໂທ່ເຮົາເປັນ..............ຫນັກປານນີ້...............ເຖິງທີໄປ ພະຍາຍາມ..............ລຸກຂຶ້ນ...................ບືນລຸກນັ່ງ ສມອງສັ່ງ................ຕ້ອງຮ້ອງເມັຽ..........ສຸດເສັຽໃຈ ຮ້ອງ...ແກ້ວເອີຍ........ໂທໂຮງຫມໍ............ເອົາຂ້ອຍໄປ ຂືນຊ້າຕາຍ...............ເລືອດອອກຫຼາຍ.....ບໍ່ຢຸດເລີຍ ເມັຽຕົກຕື່ນ................ມຶນເຫັນເລືອດ........ໄຫຼເຟືອດຟົ້ງ ເຕັມທັງສົ້ງ................ທັງເສື້ອ....................ກໍປຽກເສີຍ 911 .....................ລາວຍັງໂທ.................ບໍ່ເປັນເລີຍ ແທ້ລະເວີຍ!..............ຄົນຕົກໃຈ.................ພາຍນໍ້າຕາ ຫ້ານາທີ..................ມີດັບເພີງ.................ເຂົາມາຮອດ ໍາບູລັງ..................ກໍທຽມຈອດ...............ໄວທັນຕາ ເຂົາກໍຟ້າວ...............ໂຈມເອົາຂ້ອຍ............ໄປໄວວາ ສົມກັບວ່າ..............ຫນ່ວຍສຸກເສີນ.............ຫນ້າເຍີນຍໍ ໂຊກຍັງດີ................ທີ່ຫົວແຕກ..................ພຽງຫນັງຫຸ້ມ ສະແກນຕື່ມ.............ເອັກສະເຣຍ໌...............ຢູ່ໂຮງຫມໍ ທັງສມອງ...............ແລະກະດູກ.................ຄົບພຽງພໍ ໂຊກຫຼາຍເນາະ.........ບໍ່ຮ້າຍແຮງ................ຕະແຄງຕາຍ ຢູ່ສຸກເສີນ.................ສີ່ຊົ່ວໂມງ.................ຈຶ່ງໄດ້ອອກ ແລ້ວເຕືອນບອກ.........ລູກເມັຽ....................ບໍ່ບອກໃຜ ເພາະບາງທີ................ຄືເປັນເຣື່ອງ.............ຫນ້າລະອາຍ ທີ່ເກືອບຕາຍ............ຍ້ອນເລີນເລີ້...............ເງີກເຊີ້ເອງ ຜົລສລຸບ..................ຫຍິບເຈັດເຂັມ...........ເລັມຜົມອອກ ແຖຫົວຫງອກ............ເປັນເດິ່ນ..................ເພິ່ນບໍ່ເກງ ດຽວນີ້ຍັງ..................ພັກຟື້ນກ່ອນ.............ນອນຟັງເພງ ໂທດຕົວເອງ..............ບໍ່ຣະວັງ...................ບໍ່ຕັ້ງໃຈ ສາຍນໍ້າເຫືອງ.............ຈຶ່ງພາໄປ...............ກາພໄຫວ້ພຣະ ເພື່ອລົດລະ................ເຄາະເຂັນ...............ເວນຈັງໄຮ ໃຫ້ພົ້ນທຸກ.................ຫາຍໂສກ...............ໂຣຄະພັຍ ຫນີໄປໄກ..................ຈາກຄອບຄົວ............ແລະຕົວເຮົາ
|
| | | ຜູ່ຂຽນ | : jampadeng | | ຄະຕິ-ຄໍາຄົມ | : ຄົນລາວທີ່ຮັກຄວາມເປັນລາວ... | | ອາຊີບ | : ສະຖາປະນິກ architectural drafting | | ງານອະດີເລກ | : ເຫຼັ້ນດົນຕຣີ, ຮ້ອງເພງ, ຂຽນກາພຍ໌ກອນ | | ຈາກ | : ຈາກແຜ່ນດິນແມ່ ມາຕັ້ງຖິ່ນຖານຢູ່ຣັດ ອາແຄັນຊໍສ໌ | | ເມື່ອວັນທີ່ | : 12/08/11 04:53 AM | | ປັບປຸງໃໝ່ | : 13/08/11 06:51 AM | | ມີທັງໝົດ | : 541 ເລື່ອງ ເບິ່ງບົດຂຽນທັງໝົດຂອງ jampadeng  |
| |
|
|
|