|
ເຂົ້າມາອ່ານ: 2009
|
ຄວາມເຫັນ: 14
|
ພີມ
|

ອີ່ເມວລ໌ໄປໃຫ້ຫມູ່
|
ອີ່ເມວລ໌ໄປໃຫ້ຫມູ່
|
 |
|
|
ດ້າມຂວານທໍລະຍົດປ່າ
|
|
|
|
ຂວານເອີຍ! ດ້າມຂອງເຈົ້າ........ເຄີຍເນົາຢູ່ດົງໜາ
ບາດເຈົ້າມາຢູ່ເມືອງ.................ພັດມີຄົມຕິດຫ້ອຍ
ເຈົ້າມາຕັດມາຕ້ອຍ..................ດົງໜາປ່າໃຫ່ຍ
ຊຸມໝູ່ໄມ້ຄ່າລ້ານ...ເຈົ້າຮານລົງບໍ່ເລືອກໜ້າ.....ທະລາຍມ້ວນມຸ່ນກະຈວນ
ໄມ້ຄ່າລ້ານ..........................ກະຍຸງດູ່ລາຍແດງ
ຖືກເຈົ້າຕັດຮອນລົງ................ຈົນຊິໝົດສາເຊື້ອ
ເປັນຕໍຕິດຕາມພຶ້ນ.................ເຈົ້າກໍຂຸດຮອນກົ່ນ
ເອົາໝົດໂພງໝົດໂກນ.....ຈົນວ່າເຊື້ອຮາກແກ້ວ...ກໍຫາຍກ້ຽງບໍ່ສືບແນວ
ເຈົ້າມາຕັດບໍ່ແລ້ວ..................ຍັງຊວນໝູ່ມານໍາ
ນໍາເອົາຈັກສະຕິນ..................ປິ່ນໃສ່ຄໍໝູ່ຂ້ອຍ
ໄມ້ໝູ່ນ້ອຍ...........................ຫັກຮວບລົງໝົດ
ຍ້ອນເຈົ້າຕັດກົ່ນຊູງ................ໝູ່ລໍາຍາງໄມ້
ເຫລືອໃຈເດ! ດ້າມຂວານນ້ອຍ.ສັງວ່າອັບປີ ແທ້ນໍ
ຊວນໝູ່ໄພລີມາ....................ກົ່ນຖາງຊາວເຊື້ອ
ຕັດບໍ່ເຫລືອຄາຄ້າງ...............ຖາງລົງແປນເອີດເຕີດ
ເຈົ້າກໍເກີດຢູ່ນີ້......................ສັງເຮັດໄດ້ໃຫ້ປ່າຫາຍເດນໍ! ດ້າມຂວານເອີຍ
|
| | | ຜູ່ຂຽນ | : ປາກຊັນສອງສີ | | ຄະຕິ-ຄໍາຄົມ | : ຮູ້ຢູ່ວ່າໄກແຕ່ຢາກໄປໃຫ້ຮອດ ຮູ້ຢູ່ວ່າໄປບໍ່ຮອດແຕ່ຢາກທົດລອງ ໃຫ້ໂອກາດໃຫ້ຄວາມສຳຄັນແມ່ນແຮງຜັກດັນໃຫ້ຄົນທີ່ດ້ອຍໂອກາດ | | ອາຊີບ | : ຄົນທຳມະດາ | | ງານອະດີເລກ | : ທ່ອງທ່ຽວອ້ອມໂລກ Cyber ຫລັງຈາກນັ້ນກໍ...ແຕ່ງກອນ, ນອນເວັນ ລົມສາວ | | ຈາກ | : ປາກນໍ້າຊັນ | | ເມື່ອວັນທີ່ | : 01/06/11 10:38 AM | | ມີທັງໝົດ | : 342 ເລື່ອງ ເບິ່ງບົດຂຽນທັງໝົດຂອງ ປາກຊັນສອງສີ  |
| |
|
|
|