ບົດຂຽນ ຊ່າງຄິດຊ່າງຂຽນ

ເຂົ້າມາອ່ານ: 2767 ຄວາມເຫັນ: 1 Printພີມ
Email to friend ອີ່ເມວລ໌ໄປໃຫ້ຫມູ່
ນັກກະວີ ຊີໄຣ ຜູ້ທໍາອິດ ຂອງ ສປປ ລາວ
3 ຄົນໃຫ້ຄະແນນ: 5 
    ໃຫ້ຄະແນນ


ພໍ່ເຄີຍເລົ່າເລື່ອງກ່ຽວກັບ­ຄວາມເປັນ­ອັດສະ­ລິຍະ­ຂອງ­ຊາຍ­ຄົນ­ໜຶ່ງ ທີ່­ສາມາດເລົ່າ­ປຶ້ມ­ວັດຈະ­ນານຸກົມໄດ້­ໝົດ­ຫົວ. ແຕ່ນ້ອຍແກວ່ງ­ຫົວວຶດໆ­ບໍ່ຍອມເຊື່ອ ໃຜເດ ຊິມີຄວາມ­ຈື່­ຈໍາໄດ້­ດີເຖິງ­ພຽງ­ນັ້ນ!?! ແຕ່­ພໍ່­ກໍຮັບປະ­ກັນວ່ານີ້ແມ່ນເລື່ອງ­ຈິງ­ບໍ່ແມ່ນ­ອີງ­ນິຍາຍ.
ຊາຍ­ຜູ້­ນີ້ ຖືກໍາເນີດ­ຢູ່­ດິນແດນ­ພາກໃຕ້ແຂວງ­ຈໍາ­ປາ­ສັກ ແລະ­ໄດ້ບວດ­ຮຽນ­ຂຽນອ່ານ­ຢູ່­ວຽງ­ຈັນ ເປັນ­ຜູ້­ທີ່­ຮຽນເກັ່ງ ສາມາດທ່ອງ­ວັດຈະ­ນານຸກົມໄດ້ເປັນ­ຫົວໆ­ ຈົນ­ສາມາດໄດ້­ທຶນໄປຮຽນ­ຕໍ່­ຢູ່ປະ­ເທດ­ອັງ­ກິດ. ຍ້ອນເປັນ­ຊາວໜຸ່ມກ້າວໜ້າໃນສະ­ໄໝນັ້ນ ຈຶ່ງ­ຖືກ­ປອງຮ້າຍ­ຈາກ­ກຸ່ມ­ຄົນ­ບໍ່­ດີ ເຖິງ­ຂັ້ນ­ຖືກ­ວາງ­ຢາ ຈົນສະ­ຫຼົບ­ຕາຍໄປຫຼາຍ­ມື້… ແຕ່ໃນ­ທີ່­ສຸດ ຍ້ອນ­ບຸນ­ຍັງ­ຫຼາຍ­ສາຍ­ຍັງ­ຍາວ, ແພດ­ສາມາດ­ກອບ­ກູ້ເອົາ­ຊີວິດ­ຂອງ­ຊາຍ­ຜູ້­ນີ້ໄວ້ໄດ້. ຕໍ່­ມາໄດ້­ຮັບ­ທຶນໄປຮຽນ­ຕໍ່ປະ­ລິນ­ຍາ­ຕີແລະ­ໂທສາ­ຂາ­ພາ­ສາແລະ­ວັນນະ­ຄະ­ດີຢູ່ປະ­ເທດ­ຮົງ­ກາ­ຣີ. ເມື່ອຈົບປະ­ລິນ­ຍາໂທແລ້ວ ກໍໄດ້­ກັບ­ຄືນ­ມາ­ຮັບໃຊ້ປະ­ເທດ­ຊາດປະ­ມານ­ສາມ­ປີ ແລ້ວກໍໄດ້­ກັບໄປຮຽນ­ຕໍ່ລະ­ດັບປະ­ລິນ­ຍາເອກ­ທາງດ້ານ­ວັນນະ­ຄະ­ດີແລະ­ສິລະ­ປະ­ ທີ່ສະ­ພາບັນ­ດິດ­ວິທະ­ຍາ­ສາດ ຮົງ­ກາ­ຣີ ແລະ­ໄດ້­ຮັບໃບປະ­ກາດລະ­ດັບ­ດີເລີດ­ກັບ­ມາ­ຮັບໃຊ້ປະ­ເທດ­ຊາດໂດຍເປັນພະ­ນັກ­ງານ­ຂອງກະ­ຊວງຖະ­ແຫຼງຂ່າວແລະ­ວັດທະ­ນະ­ທໍາ ໜ້າ­ທີ່­ສຸດທ້າຍ­ທີ່ເຂົາໄດ້­ຮັບ­ມອບ­ໝາຍແມ່ນເປັນ­ຫົວໜ້າກົມ­ວັນນະ­ຄະ­ດີແລະ­ວັດທະ­ນະ­ທໍາມະ­ຫາ­ຊົນ ແຕ່ຍ້ອນ­ສຸຂະ­ພາບ­ບໍ່­ອໍານວຍ ເຂົາ­ຈຶ່ງ­ຂໍບໍານານເພື່ອປິ່ນ­ປົວສຸຂະ­ພາບ. ເຖິງຮ່າງ­ກາຍຈະ­ອ່ອນເພຍ ແຕ່­ມັນສະ­ໝອງ­ທີ່­ອັດສະ­ລິຍະ­ທາງດ້ານ­ພາ­ສາກໍຍັງຜະ­ລິດ­ຜົນ­ງານ­ທາງດ້ານ­ວາດກະ­ວີສິນ­ອອກ­ສູ່­ສາຍ­ຕາມະ­ຫາ­ຊົນ­ບໍ່ເວັ້ນແຕ່ລະ­ວັນ... ບົດກະ­ວີທີ່­ມີເນື້ອໃນແຫຼມ­ຄົມ ໃຫ້ຄະ­ຕິເຕືອນໃຈແກ່­ຜູ້ອ່ານ ຖືກ­ນໍາ­ສະ­ເໜີໃນໜ້າ­ໜັງ­ສືພິມ­ວາ­ລະ­ສານຕ່າງໆ­ບໍ່­ຫຼຸດ­ພັນ­ກວ່າບົດ... ຟັງເບິ່ງແລ້ວປານ­ນິຍາຍເອົາໂລດ ແຕ່­ກໍເປັນ­ຄວາມ­ຈິງ…
ແລະ­ກໍແມ່ນ­ນັກກະ­ວີຜູ້ປ່ຽມ­ລົ້ນດ້ວຍ­ຄວາມ­ສາມາດ­ພິເສດ­ນີ້ເອງ­ທີ່ໄດ້ເປັນ­ນັກກະ­ວີຊີໄຣຜູ້­ທໍາອິດ­ຂອງ ສປປ ລາວ ປີ 1998 ຈາກ­ບົດກະ­ວີ “ນໍ້າ­ຕາແມ່” ທີ່­ພິມໃນ­ປຶ້ມ “ເພື່ອຮັກເພື່ອນາງ”. ກະ­ວີບົດ­ນີ້ໄດ້ສ່ອງແສງເຖິງແມ່­ຜູ້ປ່ຽມດ້ວຍ­ສີນ­ທໍາ­ປະ­ຈໍາໃຈ, ດຸໝັ່ນຂະ­ຫຍັນ­ພຽນໃນ­ການ­ຊອກ­ຢູ່­ຫາກິນ ແລະ­ທີ່­ສໍາ­ຄັນແມ່ນ­ມີຄວາມ­ຮັກ­ລູກ­ສຸດ­ຫົວໃຈ. ແຕ່ເມື່ອລູກໄດ້­ດີມີສຸກ ກັບ­ລືມ­ບຸນ­ຄຸນແມ່ ກາຍເປັນ­ລູກອະ­ກະ­ຕັນ­ຍູ. ດ້ວຍ­ຄວາມ­ສົງ­ສານ­ຜູ້ເປັນ­ລູກ­ທີ່­ຫຼົງເດີນ­ທາງ­ຜິດ ນໍ້າ­ຕາ­ຂອງແມ່ໄດ້ໄຫຼອາບແກ້ມ… ແຕ່ນ້ໍາໃຈແມ່­ຍັງສ່ອງໃສ ແລະ­ຮັກ­ລູກຕະ­ຫຼອດໄປ ໂດຍ­ປາ­ຖະ­ໜາວ່າ ລູກ­ສຸດ­ທີ່­ຮັກຈະ­ກັບ­ຕົວກັບໃຈປ່ຽນ­ທາງ­ບາບ­ມາ­ສູ່­ທາງ­ບຸນ, ປ່ຽນ­ຈາກ­ຜິດ­ມາ­ສູ່ຄວາມ­ຖືກຕ້ອງແລະ­ເປັນ­ທໍາ.
ການ­ທີ່ເຂົາໄດ້­ກາຍເປັນ­ນັກກະ­ວີສີປາກເອກແຫ່ງແດນລ້ານຊ້າງໃນ­ຍຸກ ສປປ ລາວ ນັ້ນ ພໍ່ໄດ້ເວົ້າ­ສູ່ວ່າແມ່ນຍ້ອນເຂົາໄດ້­ຮັບ­ອິດ­ທິພົນ­ຈາກ­ຄັງ­ສາງ­ມໍລະ­ດົກ­ທາງ­ປັນ­ຍາ­ຂອງ­ຊາດ, ຜົນ­ງານ­ອັນ­ມີຄຸນຄ່າມະ­ຫາ­ສານ­ຂອງ­ບັນພະ­ບຸລຸດ ແລະ­ນັກ­ປາດ­ອາ­ຈານ­ຜູ້­ປີຊາ­ສາມາດ ທີ່ໄດ້­ຂຽນໄວ້ໃນໃບ­ລານ ແລະ­ພິມເປັນ­ປຶ້ມປະ­ເພດຕ່າງໆ­.ວັນນະ­ກໍາອັນ­ລືຊື່­ຊັ້ນ­ຍອດ­ຂອງ­ລາວ ເຊັ່ນ ທ້າວຮຸ່ງທ້າວເຈືອງ, ສັງ­ສິນໄຊ, ສານ­ລຶບພະ­ສູນ ແລະ­ເລື່ອງເດັ່ນ­ອື່ນໆ­ ແມ່ນ­ບໍ່ລອດ­ພົ້ນ­ຈາກແສງ­ຕານັກອ່ານ­ຂອງເຂົາໄປໄດ້, ລວມໄປເຖິງ­ຜົນ­ງານ­ບົດປະ­ພັນ­ວັນນະ­ຄະ­ດີ ແລະ­ກະ­ວີນິພົນ­ຂອງ­ນັກປະ­ພັນ­ນັກກະ­ວີສາກົນ­ທີ່­ມີຊື່­ສຽງ­ຂອງໂລກ­ກໍໄດ້­ຮັບ­ຄວາມເປັນແຟນ­ພັນແທ້­ຈາກ­ດວງ­ຕານັກອ່ານ­ຂອງເຂົາເຊັ່ນ­ກັນ. ບົດປະ­ພັນ­ບົດກະ­ວີເຫຼົ່ານີ້ໄດ້­ກາຍເປັນພະ­ລັງ­ຈູງໃຈໃຫ້ເຂົາ­ຫັນເອົາ­ຄວາມໃຝ່­ຝັນ­ທີ່­ມີມາແຕ່­ຍັງ­ໜຸ່ມນ້ອຍ ສ້າງ­ຜົນ­ງານ­ຂຽນ­ບົດກະ­ວີອອກ­ຕາມໜ້າ­ໜັງ­ສືພິມແລະ­ວາ­ລະ­ສານຢ່າງເປັນປະ­ຈໍາ ແລະ­ຍັງໄດ້­ຂຽນ­ປຶ້ມຢ່າງ­ຫຼວງ­ຫຼາຍ ເຊັ່ນ ສຸພາ­ສິດ­ສອນໃຈ ເຫຼັ້ມ 1 ແລະ­ 2 (1995 ແລະ­ 1996), ພູມ­ປັນ­ຍາ­ສຽວສະ­ຫວາດ (1997), ນິທານ­ສຸພາ­ສິດ 39 ເລື່ອງ (1997), ມໍລະ­ດົກ­ລໍາ­ສີພັນ­ດອນ ລໍາໂສມ (1998), ເສັ້ນ­ທາງ­ສາຍ­ທໍາ (2000), ຄົມເດັດເຜັດເຄັມ (2004) ເປັນ­ຕົ້ນ. ນອກ­ຈາກ­ຂຽນ­ບົດກະ­ວີແລ້ວ ເຂົາຍັງໄດ້­ຂຽນ­ບົດ­ຄົ້ນ­ຄວ້າວັນນະ­ຄະ­ດີເປັນ­ຈໍານວນ­ຫຼວງ­ຫຼາຍ ສ່ວນໃຫຍ່ຈະ­ພິມ­ອອກ­ຢູ່ໃນໜ້າວາ­ລະ­ສານ­ວັນນະ­ສິນ. ແລະ­ຜົນ­ງານ­ອັນເດັ່ນ­ທາງດ້ານ­ວິຊາການ­ຂອງເຂົາ ກໍໄດ້ແກ່ ປຶ້ມ­ວັດຈະ­ນານຸກົມ­ພາ­ສາ­ລາວ ພິມ­ປີ 1992 ແລະ­ປັບ­ປຸງ­ພິມ­ຄືນໃໝ່ໃນ­ປີ 2008.
ຊາຍ­ຜູ້ປ່ຽມ­ລົ້ນໄປດ້ວຍ­ຄວາມ­ສາມາດ­ທາງດ້ານກະ­ວີສິນ ພ້ອມ­ທັງເປັນກະ­ວີເອກ­ທີ່ໄດ້­ຮັບ­ລາງ­ວັນ­ຊີໄຣເປັນ­ຜູ້­ທໍາອິດ­ຂອງ­ລາວ ຊຶ່ງ­ບົດກະ­ວີຂອງເຂົາ ເມື່ອພໍ່ອ່ານ­ພໍ້­ຍາມໃດ ເພິ່ນ­ກໍນໍາມາໃຫ້ນ້ອຍອ່ານ­ຍາມ­ນັ້ນໂລດ… ທຸກ­ຄັ້ງ­ທີ່ອ່ານ­ບົດກະ­ວີຂອງ­ຊາຍ­ຜູ້­ຊື່ “ດຣ. ທອງ­ຄໍາ ອ່ອນມະ­ນີສອນ”, ຄວາມກະ­ຕືລືລົ້ນໃນ­ການ­ບຸກ­ບືນເຂົ້າໃນ­ການ­ສຶກ­ສາ­ຮໍ່າ­ຮຽນ-ການສ້າງ­ຊີວິດ­ຂອງ­ຕົນໃຫ້ກ້າວໄປຂ້າງໜ້າກໍເກີດ­ຂຶ້ນໃນ­ໝາກ­ຫົວໃຈດວງນ້ອຍໆ­ຢ່າງ­ຫຼີກ­ບໍ່ໄດ້… ພ້ອມ­ກັນ­ນັ້ນ ຍັງໄດ້ໃຫ້­ຂໍ້­ຄິດ­ອັນ­ດີໃນ­ການ­ດໍາເນີນ­ຊີວິດແບບ­ຖືກຕ້ອງໃນ­ສັງ­ຄົມ­ລາວປັດ­ຈຸບັນ­ອີກດ້ວຍ…
ສົ່ງຂໍ້ຄວາມ
ຜູ່ຂຽນ: ນີ້ວຄົມ
ຄະຕິ-ຄໍາຄົມ: ອົດ​ທົນ​ຜ່ານ​ຜ່າຕໍ່​ອຸ​ປະ​ສັກ ​ຄວາມ​ສຳ​ເລັດ​ຕ້ອງ​ເປັນ​ຂອງ​ເຮົາ​ຢ່າງ​ແນ່ນອນ
ງານອະດີເລກ: ອ່ານໜັງສື ແລະເຄາະດຸມຄີບອດ
ຈາກ: ນະຄອນຫຼວງ
ເມື່ອວັນທີ່: 18/04/09 07:15 AM
ປັບປຸງໃໝ່: 18/04/09 07:17 AM
ມີທັງໝົດ: 163 ເລື່ອງ ເບິ່ງບົດຂຽນທັງໝົດຂອງ ນີ້ວຄົມ
ເບີ່ງຄວາມເຫັນແບບ:    ຕາມລໍາດັບ | ຫລ້າສຸດ | ເຫັນດ້ວຍ | ບໍ່ເຫັນດ້ວຍ
ຄວາມເຫັນ: 10
ສົ່ງຂໍ້ຄວາມ
# 1 ໝາມໄຜ່ 29/09/10 04:22 AM (4 ປີ) ຈາກ: FRA Łódź, Pologne
­ເຖີງ: noi89
ສະ­ບາຍ­ດີອີກເທື່ອ,
ມື້­ນີ້ ໃຊ້ເວລາໃຫ້ແກ່­ການ­ຂີດ­ຂຽນ­ຂອງນ້ອຍ ແຕ່ກະ­ບໍ່­ສາມາດອ່ານໄດ້­ຈົນ­ໜົດ­ດອກ.ມື້­ນີ້ ຊອກ­ຫາອ່ານ­ພຽງ­ບາງ­ບົດ(ບໍ່ແມ່ນ­ບັງ­ບົດ-ແຕ່­ບັງ­ບົດກະ­ຊິເຂົ້າໄປອ່ານ­ຄືກັນແຕ່­ຍັງຕ້ອງ­ລໍຖ້າ­ຄິວ!).
ອ່ານ­ມາແລ້ວກະ­ເຫັນວ່າຍັງ­ມີໃຜທີ່ເຫັນ­ຄຸນຄ່າ­ທາງ­ວັນນະ­ຄະ­ດີຂອງ­ລາວຢູ່ແມ່ນວ່າ­ຈະ­ຫຍູ້ງ­ຍາກໃນ­ການກ່າວຄວາມໃນໃຈອອກ­ມາ.
ໄດ້­ພົບເຫັນ­ຄວາມ­ດື້­ດຶງ­ຂອງ­ນັກ­ສິລປິນໃນຕ່າງແດນ- ແຕ່ເຂົາມີຄວາມ­ຊູຊີແລະ­ສິດ­ທິເກິນ­ກວ່າເຮົາ..
ໄດ້ເຫັນ ນັກ­ສິລປິນ­ຊາວພະ­ມ້າ:``ສາມອ້າຍນ້ອງ-The moustache BROTHERS" ທີ່ນອນໃນ­ຄຸກ­ຫຼາຍ­ກວ່ານອນຂ້າງເມັຍ­ຮັກແລະ­ລູກເຕົ້າ.
ໃນໂປແລນ ບ່ອນ­ອາ­ສັຍ­ຢູ່­ນີ້ກະ­ເຊັ່­ກັນ ຄາບາເຣັດ­ນີ້ ມັນແສນວ່າເປັນ­ຕາອິດ­ສາເຂົາແທ້ໆ­.ທຸກ­ຍຸກ­ທຸກສະ­ໄໜແມ່ນວ່າການ­ຕິຕຽນ­ສຽດ­ສີສັງ­ຄົມ­ນັ້ນເກິນວ່າແສບ.
ຫາກວ່າ­ຢູ່ບ້ານເຮົາມີແບບ­ນັ້ນ­ຄົງ­ພາກັນໄດ້ໄປງົມ­ຫອຍ­ຫຼືໄດ້ໃສ່ເກີບເບ­ຕົງໄປແຕ່­ນານ..
ເປັນ­ພຽງ­ການ­ອອກ­ຄວາມເຫັນໃນ­ສາຍ­ຕາໂຕເອງ!!
ຮັກແພງ.
ໝາມໄຜ່.
ໜ້າ 1 ທັງໝົດ 1 1
ປະເພດບົດຂຽນ:
ເລື່ອງ   ຜູ່ຂຽນ ເຂົ້າມາອ່ານ ຫລ້າສຸດ  
   
ເລື່ອງ   ເຂົ້າມາອ່ານ ຄວາມເຫັນ ຫລ້າສຸດ  
ເດັກນ້ອຍກັບໂອ່ງນ້ຳ   1302 0 ນີ້ວຄົມ 5 ເດືອນ
ບໍ່ເບິ່ງໜ້າເບິ່ງຫຼັງ   2266 0 ນີ້ວຄົມ 5 ເດືອນ
ຮອຍ­ຍິ້ມແລະ­­ນໍ້າ­ຕາ   2250 1 MISSINFINITY 6 ເດືອນ
ມົດ ກັບ ຕັກແຕນ   2998 1 vathana 1 ປີ
ພໍ່ນາ ກັບ ງູເຫົ່າ   2963 0 ນີ້ວຄົມ 1 ປີ
​ຂາວ​ vs ດຳ   3169 4 ນີ້ວຄົມ 1 ປີ
​ຕົ້ນ​ໄມ້ ແລະ ຂວານ   3120 4 ນີ້ວຄົມ 1 ປີ
ແຜນ​ປາບ​ແມວ   2871 0 ນີ້ວຄົມ 1 ປີ
­ສະ­­­​ຫຼັກ​ໄວ້​ໃນ​​​ຫົວໃຈ   2406 0 ນີ້ວຄົມ 1 ປີ
ຫຼົງທາງ   3139 2 ນີ້ວຄົມ 1 ປີ
​ເຜດ   3012 0 ນີ້ວຄົມ 9 ເດືອນ
ນອນບໍ່​ຫຼັບ​ຍ້ອນ​ຊອງ​ຂາວ   4498 4 ນີ້ວຄົມ 1 ປີ
ຜີຫຼອກ   3627 4 ນີ້ວຄົມ 1 ປີ
ນາງນ້ອຍກັບນ້ຳດື່ມ   3465 2 ນີ້ວຄົມ 1 ປີ
ຊີວິດ­ບັດສະ­­­ຫຼົບ   2875 0 ນີ້ວຄົມ 5 ເດືອນ