ກ່ຽວກັບ ເວບໄຊຕ໌ ໃບລານ

:: ເວບໄຊຕ໌ ໃບລານ ແລະ ຈຸດມຸ້ງໝາຍ:
ຄວາມໝາຍຂອງຄໍາວ່າ ໃບລານ ນັ້ນຍິ່ງໃຫ່ຽກ່ວາເນື້ອຫາຄຸນຄ່າ ຂອງເວບໄຊຕ໌ນີ້ທີ່ຈະເຮັດໄດ້ ຂ້າພະເຈົ້າສັນຫາເອົາຄໍາວ່າ ໃບລານ ມາເປັນຊື່ຂອງເວບໄຊຕ໌ນີ້ ໂດຍມີຈຸດປະສົງໃຫ້ສະມາຊິກທຸກທ່ານ ແລະໂຕຂ້າພະເຈົ້າ ໄດ້ຮ່ວມກັນເສີມສ້າງ ແຫຼ່ງຂໍ້ມູນ ພາສາ ວັນນະຄະດີ ພູມປັນຍາຂອງຄົນລາວເຮົາ ເພື່ອເປັນບ່ອນສື່ສານ ຮໍ່າຮຽນແລະແລກປ່ຽນຄວາມຮູ້ ຂອງຊົນຊາດລາວເຮົາຢູ່ທົ່ວທຸກຫົນແຫ່ງ ໂດຍນໍາໃຊ້ວິທະຍາການໃໝ່ ແລະພູມປັນຍາຂອງຄົນລາວເຮົາ ທັງເກົ່າແລະໃໝ່ ມາຮ່ວມປະສົມປະສານກັນ ເພື່ອສ້າງສະຖານທີ່ ຫຼືເວບໄຊຕ໌ໃບລານນີ້ ໃຫ້ເປັນແຫຼ່ງຂໍ້ມູນຂ່າວສານ ທີ່ມີປະໂຫຽດ ອີກເວບໄຊຕ໌ນື່ງຂອງຊາວລາວເຮົາ.

:: ປະຫວັດຄວາມເປັນມາ ແລະຄຸນລັກສະນະ ຂອງເວບໄຊຕ໌
ເວບໄຊຕ໌ນີ້ເກີດຂື້ນມາໄດ້ ເພາະແຮງບັນດານໃຈ ແລະການສະນັນສະນູນ ຈາກບັນດາທ່ານທີ່ຮັກໃນພາສາ ວັນນະຄະດີລາວ ພ້ອມກັບຄວາມມຸ້ງຫວັງ ຂອງຂ້າພະເຈົ້າ ທີ່ຢາກເຫັນພາສາລາວ ພັດທະນາຂື້ນ ໃຫ້ທຽບເທົ່າກັບພາສາຊາດອື່ນໆໃນໂລກ
ເວບໄຊຕ໌ໃບລານ ເປັນໂຄງການຕໍ່ເນື່ອງພັດທະນາມາຈາກ ເວບໄຊຕ໌ອີນລາວ version 1 inlao.net ໃບລານ version 2 ຖືກສ້າງຂື້ນໃນຕົ້ນເດືອນ ມິຖຸນາ ປີ 2008 ແລະເລີ່ມເປີດບໍລິການໃນວັນທີ່ 17 ຕຸລາ 2008

ເວບໄຊຕ໌ໃບລານ ຄ່ອຍໆປັບປຸ່ງເທື່ອລະນ້ອຍຢ່າງຕໍ່ເນື່ອງ ໃຫ້ສອດຄອງກັບຄວາມຕ້ອງການຂອງຜູ່ໃຊ້ ແລະຫລ້າສຸດໄດ້ຍົກລະດັບຈາກ version 2 ເປັນ version 3 ຊື່ງເປີດໃຫ້ບໍລິການໃນວັນທີ່ 15 ກັນຍາ 2010.
:: ມີຫຍັງແດ່ໃນເວບໄຊຕ໌ນີ້?
ເວບໄຊຕ໌ໃບລານເລີ້ມຕົ້ນນີ້ ປະກອບດ້ວຍພາກສ່ວນຕ່າງໆ ດັ່ງຂ້າງລຸ່ມນີ້
  1. ພາກສ່ວນບົດຂຽນ: ທີ່ສະມາຊິກທຸກທ່ານສາມາດໂພສ ບົດຂຽນຂອງທ່ານໃນແຕ່ລະປະເພດ ເພື່ອໃຫ້ຜູ້ຜ່ານເຂົ້າມາໄດ້ອ່ານ ໄດ້ສຶກສາ ແລະປະກອບຄວາມເຫັນໄປນໍາ ຊື່ງເຮັດໃຫ້ບົດຂຽນຂອງທ່ານ ມີເນື້ອຫາສົມບູນ ແລະຄຸນຄ່າເພີ່ມຂື້ນ
  2. ພາກສ່ວນ ກະດານແລກປ່ຽນຄວາມເຫັນ: ພາກສ່ວນນີ້ເປັນເວທີ່ພົບປະສົນທະນາ ກ່ຽວກັບເຫດການທີ່ກ່ຽວພັນກັບສັງຄົມລາວເຮົາ ທ່ານສາມາດຕັ້ງຄໍາຖາມ ຫຼືໃຫ້ຄໍາຕອບແກ່ສາມາຊິກຜູ້ອື່ນ ຫຼືອາດສະເໜີ ທັດສະນະຄວາມຄຶດເຫັນ ເພື່ອເປັນການເສີ່ມສ້າງພັດທະນາ ຄວາມຮູ້ ຄວາມເຂົ້າໃຈຕໍ່ເຫດການຕ່າງໆ ໃນສັງຄົມລາວ (ໃນທາງທີ່ສ້າງສັນ)
  3. ລະບົບສື່ສານ ພາຍໃນ: ເປັນລະບົບສົ່ງຂໍ້ຄວາມ ແບບພື້ນຖານງ່າຍໆ ສໍາລັບການຕິດຕໍ່ພົວພັນ ລະຫວ່າງສະມາຊິກ ພາຍໃນເຄືອຂ່າຍຂອງ ເວບໄຊຕ໌ໃບລານ
  4. ລະບົບ ສະມາຊິກ: ບັນທຶກຂໍ້ມູນພື້ນຖານ ຂອງສະມາຊິກ ເພື່ອໃຫ້ສາມາດ ເຂົ້າໄປໃຊ້ລະບົບຕ່າງໆ ຕາມແຕ່ລະເພດ ເຊັ່ນ ສາມາຊິກທົ່ວໄປ ສາມາດໂພສຂໍ້ຄວາມຕ່າງໆໄດ້ ຫຼືເຈົ້າຂອງ ໄຊຕ໌ບລັອກ ຈະສາມາດເຂົ້າໄປໃຊ້ ລະບົບແອດມີນໄດ້
  5. ລະບົບ ປະກາດຂາຍ ໃຫ້ເຊົ່າ: ສໍາລັບສະມາຊິກທຸກທ່ານ ທີ່ຕ້ອງການ ປະກາດຂາຍ ຫຼືໃຫ້ເຊົ່າ ສີ່ງຂອງ ກໍາລັງຢູ່ໃນຂັ້ນທົດລອງ ແລະຈະພັດທະນາ ໃຫ້ໄປຕາມຄວາມຕ້ອງການຂອງສັງຄົມ ໂດຍສະເພາະການນໍາໃຊ້ ໃຫ້ແທດເໝາະກັບຄວາມຕ້ອງການ ຂອງຕະລາດພາຍໃນປະເທດ
  6. ຫ້ອງສົນທະນາສ່ວນໂຕ:ຫ້ອງສົນທະນາສ່ວນໂຕ ກໍາລັງຢູ່ໃນຂັ້ນທົດລອງ ສໍາຫລັບທ່ານທີ່ຕ້ອງການ Chat ຫລືສົນທະນາສ່ວນບຸກຄົນ ຫລືພາຍໃນກຸ່ມຂອງທ່ານເອັງ
:: ໂຄງສ້າງ ການເຮັດວຽກ ແລະ ເທັກໂນໂລຈີທີ່ໃຊ້
ລະບົບເວບໄຊຕ໌ໃບລານປະຈຸບັນ version 3 ສ້າງຂື້ນໂດຍໃຊ້ Microsoft Dot NET ເທັກໂນໂລຈີ Framework v.4.0 ລະບົບຖານຂໍ້ມູນ MsSQL v.2008

ໂຄງສ້າງເວບໄຊຕ໌ໃບລານ ອອກແບບໃຫ້ສາມາດເຮັດວຽກ ແລະບໍລິຫານ ໂດຍອາໃສກົນໄກອັດໂຕໂນມັດເປັນສ່ວນໃຫຍ່ ເພື່ອຫລຸດຜ່ອນເວລາ ຂັ້ນຕອນຂອງຜູ່ເບີ່ງແຍ່ງເວບໄຊຕ໌ ພ້ອມກັນນັ້ນໄດ້ອອກແບບ ໃຫ້ສາມາດຂະຫຍາຍສາຂາ ໄຊຕ໌ບລັອກ ອອກໄປໄດ້ເລື້ອຍໆ ເຊັ່ນໂຕຢ່າງ ໄຊຕ໌ບລັອກຄົບວົງຈອນ ອີນລາວ ສາມາດຈັດແຈງພ້ອມທີ່ຈະອອນລາຍໄດ້ ພາຍໃນ 10ນາທີ່.
:: ໂຄງການພັດທະນາໃນຕໍ່ໜ້າ
ເປັນເລື່ອງຂ້ອນຂ້າງຍາກ ທີ່ຈະຂື້ນແຜນການ ແລ້ວດໍາເນີນໄປໃຫ້ໄດ້ຕາມຈຸດປະສົງ ເພາະເວລາຂອງຂ້າພະເຈົ້າມີຈໍາກັດ ຮ່ວມທັງຫຼາຍໆທ່ານ ທີ່ມາຊ່ອຍເພີ່ມສີສັນຢູ່ເວທີນີ້ ຕ່າງກໍ່ຢູ່ກັນຄົນລະມຸມໂລກ ແລະເວລາວ່າງມີນ້ອຍ ແຕ່ຂ້າພະເຈົ້າຈະພະຍາຍາມ ເຮັດໃຫ້ດີທີ່ສຸດ ແຜນການໃນຕໍ່ໜ້າ ຈະເນັ້ນໄປທາງຊ່ອຍເຫຼືອສັງຄົມຫຼາຍກ່ວາ ອາດຈະຈັດໃຫ້ມີລະບົບຫາວຽກງານ ແລະລະບົບຕິດຕໍ່ຊ່ອຍເຫຼືອພັດທະນາເຍົາວະຊົນ ແລະຈະພະຍາຍາມ ເຮັດໃຫ້ເວບໃບລານ ແຕກອອກເປັນຫຼາຍໆສາຂາເວບໄຊຕ໌ ທີ່ຄ້າຍຄືພາກສ່ວນອີນລາວນີ້ ສ່ວນເລື່ອງເຕັກນິກ ກໍຈະມີການພັດທະນາໂຕໜັງສືລາວ ໃຫ້ງາມແລະໃຊ້ກັບໂປຣກຣາມທ່ອງເວບ ໃຫ້ໄດ້ດີຂື້ນ ແລະກ້າວໄປສູ່ລະບົບຕັດແຍກພະຍາງ (Word segmentation) ເພື່ອໃຫ້ລະບົບສາມາດກວດແກ້ການພີມຜິດ (Spelling check) ຫຼືແນະນໍາຄໍາສັບໄດ້ (Word suggestion) ສີ່ງທີ່ກ່າວມາຂ້າງເທິງນີ້ ກໍ່ເປັນພຽງແຜນການເທົ່ານັ້ນ ການທີ່ຈະເຮັດໄດ້ຫຼືບໍ່ນັ້ນຂື້ນກັບເວລາ ຕົ້ນທືນ ແລະຄວາມສາມາດ

ຂ້າພະເຈົ້າພ້ອມສະເໝີ ທີ່ຈະຮັບຄໍາແນະນໍາ ແລະຮໍ່າຮຽນຈາກທຸກທ່ານທີ່ມີປະສົບການ ເພື່ອຈະໄດ້ກອບສ່ວນສ້າງສັງຄົມລາວເຮົາໃຫ້ດີຂື້ນ.
:: ການປະກອບສ່ວນ ແລະບໍລິຈາກ
email: poundam@hotmail.com
ຂ້າພະເຈົ້າຂໍຂອບໃຈ ທຸກໆທ່ານທີ່ເປັນກໍາລັງໃຈ ແລະປະກອບສ່ວນນໍາເອົາຄຸນຄ່າ ບົດຂຽນ ບົດວິເຄາະ ຄວາມຮູ້ ທັມມະ ກາບກອນ ວັນນະຄະດີ ຂອງລາວເຮົາ ອອກມາໃຫ້ຄົນລາວເຮົາໄດ້ຮຽນຮູ້ນໍາກັນ ເວບໄຊຕ໌ນີ້ຖ້າປັດສະຈາກ ພວກທ່ານ ຄົງເປັນໄດ້ພຽງເຮືອນຮ້າງຫຼັງນື່ງເທົ່ານັ້ນ ຂ້າພະເຈົ້າໄດ້ຕັ້ງໃຈໄວ້ວ່າ ຈະໃຊ້ຄວາມຮູ້ນ້ອຍໆທີ່ມີ ປະກອບສ່ວນ ຮ່ວມກັບຄົນລາວ ທຸກໆທ່ານ ທີ່ຮັກໃນພາສາລາວເຮົາ ຈະບໍ່ພຽງແຕ່ຮັກສາໄວ້ ແຕ່ພາສາລາວຕ້ອງໄດ້ຮັບການພັດທະນາ ໄປຄ່ຽງຄູ່ກັບວິວັດທະນາການຂອງໂລກ ພາສາ ວັດທະນະທໍາ ຄືສັບສົມບັດອັນລໍ້າຄ່າ ທີ່ບັນພະບູລຸດລາວເຮົາໄດ້ສ້າງມາ ແລະເປັນໜ້າທີ່ ຂອງຄົນລາວທຸກຄົນ ຕ້ອງຊ່ອຍກັນຮັກສາໄວ້ຄູ່ຄົນລາວ.